หน้าเว็บ

3/30/11

ຊີວິດຄູ່

“ ຄວາມຮັກ” ຕ້ອງວາງຢູ່ເທິງຮາກຖານແຫ່ງຄວາມມີສະຕິ
ຮັກແບບມີປັນຍາ ເພາະຈະເຮັດໃຫ້ຜູ້ຮັກມີຄວາມສຸກ ເປັນອິດສະຫລະ
ບໍ່ມີຈິດໄຈທີ່ຄັບແຄບ ທີ່ຈະຜູກມັດຮັດ “ ເຂົາ ” ເອົາໄວ້ເປັນຂອງ “ ເຮົາ ”.
ຄົງຕ້ອງຫລຽວກັບມາເບິ່ງຄວາມຮັກກັນໃຫ່ມອິກຄັ້ງ…
ໂດຍພິຈາລະນາເລີ້ມຈາກ “ ໃຈ” ຂອງເຮົາກ່ອນ ລອງຫັນກັບມາເບິ່ງໂຕເອງ ຢ່າງຈິງໃຈ ແລະມີເມດຕາ ວ່າເຮົາເອງ “ ຮັກ” ໂຕເຮົາເອງເປັນ ຫລື ບໍ່…
ລອງພິຈາລະນາເບິ່ງອິກດຸວ່າເຮົາເບິ່ງແຍງກາຍ,ຈິດ ວິນຍານຂອງຕົນເອງຂອງເຮົາດີແລ້ວ ຫລື ຍັງ….
ເຮົາບຽດບຽນຕົນເອງຈົນເກີດທຸກຫລືບໍ່…..
ເຮົາຕ້ອງເລີ້ມ “ ຮັກ” ຕົນເອງໃຫ້ເປັນກ່ອນ…..
ຖ້າເຮົາ “ ຮັກ” ຕົນເອງ ເຮົາມີເມດຕາຕໍ່ຕົນເອງ……
ເຮົາຈະບໍ່ບຽດບຽນ ຫລື ທຳຮ້າຍໃຈຂອງເຮົາໃຫ້ຂຸ່ນມົວ….
ແລ້ວເຮົາຈະ “ ຮັກ” ຕົນເອງແບບບໍ່ເຫັນແກ່ໂຕ ແຕ່ລະມັດລະວັງໃຈເຮົາໃຫ້ດີ….
ໃຈເຮົານີ້ຈະເຂັ້ມແຂງ ແລະມີພະລັງແຫ່ງຄວາມຮັກກວ້າງຂວາງຍິ່ງໃຫ່ຍ…
ຕ້ອງເຕືອນໃຈເຮົາເອງຢູ່ສະເຫມີວ່າ “ເຮົາຈະຮັກແບບມີສະຕີ ”….
ພ້ອມດ້ວຍປັນຍາ ຈະຕ້ອງບໍ່ຕິດຢູ່ໃນຄວາມຫລົງໄຫລຂາດສະຕິ….
ທີ່ມຸ່ງຫວັງແຕ່ຈະໃຫ້ເຂົາກັບມາຕອບສະຫນອງເຮົາ ເຮົາຈິ່ງຈະມີຄວາມສຸກ…
ເພາະຖ້າເປັນແນວນັ້ນ ເຮົາເອງນັ້ນແຫລະທີ່ຈະເຈັບປວດ ແລະເກີດທຸກ…
ຈົ່ງເປັນສຸກທີ່ໄດ້ຮັກເຖີດ ຮັກແບບບໍ່ມີເງື່ອນໄຂ……..
ຮັກແບບບໍ່ຄິດຍຶດຄອງໄວ້ເປັນຂອງຕົນເອງ……
ແລະຮັກແບບບໍ່ຕ້ອງການສິ່ງຕອບແທນ……
ຖ້າເຮັດໄດ້…ຈະເປັນຄວາມຮັກທີ່ຍິ່ງໃຫ່ຍ…..
ບໍ່ຄັບແຄບຫາກແຕ່ ຈະງົດງາມແບບກວ້າງຂວາງ……
ບໍ່ມີທີ່ສຸດ….ບໍ່ມີປະມານ…..
“ ຮັກໃດ ຍິ່ງຮັກ ຍິ່ງທຸກ ຕາຍຢູ່ເທິງກອງທຸກ ຢ່າບຸກຕໍ່
ຮັກໃດ ຍິ່ງຮັກ ຍິ່ງຫມົດທຸດ ເຍືອກເຢັນ ຢູ່ເຫນືອທຸກ ຂໍໃຫ້ສຸກ ໃຫ້ດີ……”

ຄວາມຈາກຫນັງສື ເພື່ອທຸກ ແມ່ຂາວ ສັນສະນີ ສະຖຽນສຸດ