หน้าเว็บ

5/11/11

ຂໍ້ຄວນຈຳສຳຫລັບຊີວິດແຕ່ງງານ

ຫລັງຈາກທີ່ທ່ານ ກັບຄົນຮັກ ໄດ້ຄົບຫາເບິ່ງໃຈກັນມານານແລ້ວຈົນມາຮອດຕອນ ນີ້ ເຊິ່ງທ່ານທັງສອງກໍ່ ຕັດສິນໃຈຈະແຕ່ງງານກັນ ແລະມາໃຊ້ຊີວິດຢູ່ຮ່ວມກັນ, ອັນທີ່ຈິ່ງກໍ່ເປັນເລື່ອງດີເປັນທຳມະຊາດຂອງມະນຸດຢູ່ແລ້ວ, ແຕ່ຢ່າລືມວ່າທ່ານທັງ ສອງບໍ່ໄດ້ເກີດມານຳກັນ ບໍ່ໄດ້ເຕີບໃຫ່ຍມານຳກັນ ແຕ່ຢູ່ມາມື້ຫນື່ງທ່ານທັງສອງກໍ່ ຕ້ອງມາຢູ່ບ້ານດຽວກັນ ແລະ ທ່ານທັງສອງຄວນຈະມີຂໍ້ຕົກລົງຫຍັງກັນແດ່ ຫລື ບໍ່ ກໍ່ອາດຈະມີຂໍ້ ແນະນຳສຳຄັນມາສະເຫນີດັ່ງນີ້:


ຢ່າຂີ້ຕົວະ: ຄົງຈະບໍ່ໃຜມັກຄວາມຂີ້ຕົວະ ຫລອກລວງ ນີ້ຄວນຈະເປັນຂໍ້ທຳອິດທີ່ ຈະຕົກລົງກັນທ່ານ ແລະຄົນຮັກຈະຕ້ອງບໍ່ຂີ້ຕົວະກັນ, ບໍ່ມີຫຍັງດີໄປກວ່າການເວົ້າ ຄວາມຈິງເພາະການຂີ້ຕົວະຈະນຳພາໄປ ເຖິງສິ່ງທີ່ໂຫດຮ້າຍຕາມມາພາຍຫລັງ,ແຕ່ກໍ່ບໍ່ໄດ້ຫມາຍຄວາມຈະຕ້ອງເວົ້າຄວາມຈິງຫມົດທຸກໆເລື່ອງ ເພາະການເວົ້າຄວາມຈິງໃນບາງເລື່ອງກໍ່ພາໃຫ້ເກີດຄວາມບາດຫມາງໃຈໃຫ້ກັບອິກຝ່າຍໄດ້ເຊັ່ນກັນ ສະນັ້ນ ກໍ່ຄວນພິຈາລະນາໃຫ້ດີກ່ອນ.


ຢ່າປິດບັງ: ຈົ່ງຢ່າປິດບັງ ຖ້າເລື່ອງເຫລົ່ານັ້ນເປັນເລື່ອງຂອງຄອບຄົວຂອງທ່ານ ເຊິ່ງຫມາຍເຖິງທ່ານ ແລະຄົນຮັກຂອງທ່ານ.


ໃຫ້ກຽດເຊິ່ງກັນ ແລະກັນ: ການໃຫ້ກຽດກັບຄົນຮັກນັ້ນ ເປັນສິ່ງທີ່ທ່ານຈະຕ້ອງກະທຳເປັນຢ່າງຍິ່ງເພາະການໃຫ້ ກຽດຄົນຮັກນັ້ນບົ່ງບອກເຖິງຄວາມຮັກທີ່ທ່ານມີໃຫ້ເຂົາ ແລະ ຈະຕ້ອງເຮັດຕະຫລອດໄປບໍ່ແມ່ນເຮັດພຽງຊ່ວງ ເວລາທີ່ທ່ານຄິດຮອດເທົ່ານັ້ນ.


ສັນຍາຕ້ອງເປັນສັນຍາ: ເມື່ອທ່ານໃຫ້ຄຳຫມັ້ນສັນຍາຫຍັງໄວ້ກັບຄົນຮັກຂອງທ່ານບໍ່ວ່າສັນຍານັ້ນຈະສຳຄັນ ຫລາຍ ຫລື ຫນ້ອຍພຽງໃດ ທ່ານຄວນຈະຮັກສາສັນຍານັ້ນໃຫ້ດີທີ່ສຸດເພາະມັນຫມາຍເຖິງຄວາມເຊື່ອຫມັ້ນ ໃນເລື່ອງຕໍ່ໆໄປນຳ.


ບໍ່ລົງໄມ້ລົງມື: ມະນຸດທຸກຄົນມັກທີ່ຈະເວົ້າລົມກັນດ້ວຍເຫດຜົນຫລາຍກວ່າການໃຊ້ກຳລັງເພາະການໃຊ້ກຳລັງ ມີແຕ່ຈະເຮັດໃຫ້ເລື່ອງທຸກເລື່ອງຂີ້ຮ້າຍລົງໄປຕື່ມອິກທ່ານຄວນຈະຕົກລົງກັນວ່າບໍ່ວ່າຈະໃຊ້ຊິວິດຢູ່ຮ່ວມກັນນານ ພຽງໃດທ່ານທັງສອງກໍ່ຈະຍັງບໍ່ເຖິງຂັ້ນຕ້ອງຕົບຕີກັນ ແຕ່ຈະເວົ້າລົມກັນດ້ວຍເຫດດ້ວຍຜົນໃຫ້ຫລາຍທີ່ສຸດຈະບໍ່ ເອົາອາລົມມາຕັດສິນເດັດຂາດ.


ນັກສັງຄົມ: ເມື່ອທ່ານໃຊ້ຊິວິດຢູ່ຮ່ວມກັນແລ້ວ ຄູ່ສາມີ-ພັນລະຍາທີ່ມັກອອກສັງຄົມ, ມັກຢູ່ກັບຫມູ່ເພື່ອນເປັນຊີວິດ ຈິດໃຈໃນສະໄຫມເປັນໂສດກໍ່ຄວນຈະລຸດໆລົງແດ່ ເພາະເມື່ອຕອນທີ່ທ່ານໄດ້ຕັດສິນໃຈແຕ່ງງານກັນແລ້ວທ່ານ ເອງກໍ່ຕ້ອງຮູ້ວ່າທຸກຢ່າງມັນຈະບໍ່ຄືກັບຕອນທີ່ຕອນຍັງເປັນແຟນກັນຢູ່ ການບໍ່ມີເວລາໃຫ້ແກ່ກັນອາດຈະເຮັດໃຫ້ ຄວາມຮັກບໍ່ລາບລື່ນເທົ່າທີ່ຄວນຈະເປັນ.


ຢ່າຫືງຫວງແບບບໍ່ມີເຫດຜົນ: ຫລາຍຄັ້ງທີ່ທ່ານລະແວງ ຜົວ ຫລື ເມຍຂອງທ່ານ ໃນເວລາທີ່ເຂົາກຳລັງລົມຢູ່ ກັນເພື່ອນຮ່ວມງານ ຄົນຮູ້ຈັກ ຫລື ຫມູ່ເພື່ອນນັກສຶກ ສາເກົ່າ ບໍ່ວ່າຈະຢູ່ໃນງານລ້ຽງ ຫລື ໃນສະຖານທີ່ໃດໆ ກໍ່ຕາມກໍ່ຂໍໃຫ້ທ່ານຄິດໃນແງ່ດີໄວ້ກ່ອນ ເພາະຫລາຍເທື່ອຫລາຍທີ ມັນອາດຈະບໍ່ເປັນແບບທີ່ທ່ານຄິດ ຫລື ຈິນຕະນາການໄປເອງກໍ່ເປັນໄດ້ ສຸດທ້າຍທ່ານເອງກໍ່ກັບໄປແລ້ວຫາເລື່ອງຜິດຖຽງ ກັບຜົວ ຫລື ເມຍຂອງຕົນ ທັ້ງທີ່ບາງທີເຂົາ ກໍ່ບໍ່ຮູ້ຊຳ້ວ່າທ່ານເວົ້າເຖິງເລື່ອງຫຍັງ ການທີ່ທ່ານເປັນຄົນຂີ້ຫືງຫລາຍເກີນໄປແບບນີ້ ເປັນເຫດທີ່ເຮັດໃຫ້ຄູ່ຮັກຂອງທ່ານ ເກີດຄວາມເບື່ອຫນ່າຍໃນຕົວທ່ານ ແລະຄິດວ່າທ່ານເປັນພັນລະຍາ ຫລື ສາມີ ຫລື ເປັນເຈົ້າຊີວິດຂອງເຂົາກັນແທ້.


ເຊື່ອຫມັ້ນເຊິ່ງກັນ ແລະກັນ: ຄວາມເຊື່ອໃຈ ເຊື່ອຫມັ້ນຄູ່ຮັກຂອງທ່ານຈະເຮັດໃຫ້ ຊິວິດແຕ່ງງານມີແຕ່ຄວາມຮັກ ທີ່ເພີ່ມພູນຫລາຍຍິ່ງຂື້ນ ແລະເຖິງແມ່ນວ່າຄູ່ຮັກ ຂອງທ່ານອາດຈະເຄີຍເຮັດຜິດພາດມາກ່ອນ ທ່ານກໍ່ຄວນຈະ ຫມັ້ນໃຈໃນໂຕເຂົາ ແລະໃຫ້ໂອກາດກັບເຂົາໃນຄັ້ງຕໍ່ໄປ.


ຢຸດເຊົານິດໃສຂີ້ງອນ: ເມື່ອຕອນທີ່ທ່ານຍັງເປັນແຟນກັນ ທ່ານມັກໃຫ້ອິກຝ່າຍງໍ້ ງອກທ່ານ ມັກເບິ່ງຄືຫນ້າຮັກດີ ແຕ່ຕອນນີ້ທ່ານທັງສອງໄດ້ຮ່ວມຫໍກັນແລ້ວການ ທີ່ທ່ານຈະເປັນຄົນຂີ້ງອນໃຫ້ອິກຝ່າຍນຳງໍ້ເລື້ອຍໆນັ້ນຫລາຍ ເທື່ອຕໍ່ຫລາຍທີກໍ່ ຈະເຮັດໃຫ້ຄູ່ຮັກຂອງທ່ານອາດຈະເບິ່ງວ່າທ່ານຄືກັບເດັກທີ່ບໍ່ຮູ້ຈັກເຕີບໃຫ່ຍມີແຕ່ງອນ ງອນໄດ້ງອນດີ…. ເລື່ອງງອນນັ້ນງອນໄດ້ ແຕ່ຢ່າໃຫ້ມັນຫລາຍເກີນໄປ ເພາະເຂົາຈະເກີດຄວາມເບື່ອຫນ່າຍ ແລະຕັດໃຈຫນີທ່ານໄປໃນທີ່ສຸດ.


ບໍ່ເອົາແຕ່ໃຈໂຕເອງເປັນໃຫ່ຍ: ພະເຈົ້າສ້າງຄົນໃຫ້ມີສິ່ງພິເສດທີ່ແຕກຕ່າງກັນທຸກ ຄົນບໍ່ໄດ້ເກັ່ງໄປທຸກໆເລື່ອງ ສະນັ້ນ ການທີ່ທ່ານຫມັ້ນໃຈໃນຄວາມເກັ່ງກາດຂອງ ຕົນເອງ ໂດຍບໍ່ນຶກເຖິງຄົນຂ້າງກາຍມັກຕັດສິນໃຈ ຫຍັງຄົນດຽວ ເພາະຄິດວ່າຄວາມຄິດຂອງຕົນດີທີ່ສຸດແລ້ວ ກໍ່ຈົ່ງປ່ຽນແປງນິໃສໃຫ່ມ ເພາະຖ້າເປັນແບບນີ້ຕໍ່ໄປ ທ່ານຈະເຮັດໃຫ້ຄົນຮັກຂອງຕົນເລີ້ມຄິດວ່າທ່ານໃຫ້ເຂົາມາເປັນຄູ່ຄິດຄູ່ຊີວິດ ຫລື ເປັນພຽງຄົນແກ້ເຫງົາຂອງ ທ່ານເທົ່ານັ້ນ, ຖ້າທ່ານທັງສອງສາມາດເຮັດຕາມຫົວຂໍ້ດັ່ງເທິງນັ້ນໄດ້ຕໍ່ໄປນີ້ບັນຫາ ຄວາມບໍ່ເຂົ້າໃຈກັນກໍ່ຈະບໍ່ມີ ໃຫ້ທ່ານຕ້ອງຫນັກໃຈອິກຕໍ່ໄປ ແຕ່ຈະເຮັດໃຫ້ທ່ານ ແລະ ຄົນຮັກມີແຕ່ຄວາມຮັກຄວາມເຂົ້າໃຈກັນ ຫລາຍຂື້ນຕະຫລອດກາລະນານ.